ຄົ້ນພົບລົດຊາດເອກະລັກຂອງ LaoFe & Beer ທີ່ພ້ອມສົ່ງມອບຄວາມສຸກໃຫ້ທຸກຄົນ. ສັມຜັດລົດຊາດກາເຟ ແລະ ເຄື່ອງດື່ມປະຍຸກສູດພິເສດ ເອກະລັກພຽງແຫ່ງດຽວ.
ເມື່ອ 5 ປີກ່ອນ, ຮ້ານຂອງພວກເຮົາໄດ້ເລີ່ມຕົ້ນພາຍໃຕ້ຊື່ "Mountain Café" ທີ່ຈຸດຊົມວິວພູເກົ້າຫຼັກ ເສັ້ນທາງລະຫວ່າງກາສີ-ຫຼວງພະບາງ. ຈາກວິສາຫະກິດຂະໜາດນ້ອຍ, ດ້ວຍວິໄສທັດ ແລະ ຄວາມມຸ່ງໝັ້ນ, ພວກເຮົາໄດ້ຜັນຂະຫຍາຍກາຍເປັນທຸລະກິດຂະໜາດໃຫຍ່ພາຍໃຕ້ກຸ່ມບໍລິສັດລາວໃຕ້ ການຄ້າ ແລະ ການລົງທຶນ.
ປັດຈຸບັນ, LaoFe Café ບໍ່ພຽງແຕ່ເປັນຮ້ານກາເຟ, ແຕ່ເປັນແບຣນທີ່ພ້ອມຈະຂະຫຍາຍສາຂາໃນຮູບແບບແຟຣນໄຊສ໌, ນຳເອົາລົດຊາດທີ່ເປັນເອກະລັກ ແລະ ປະສົບການທີ່ດີເລີດໄປສູ່ທຸກຄົນ.
ແກ່ນກາເຟຂອງພວກເຮົາສົ່ງກົງຈາກແຫຼ່ງປູກບໍລະເວນ ເຊິ່ງເປັນແຫຼ່ງປູກກາເຟທີ່ມີຊື່ສຽງລະດັບໂລກ. ທຸກໆ Batch ຂອງກາເຟໄດ້ຮັບການຄັດສັນ ແລະ ປຸງແຕ່ງຢ່າງພິຖີພິຖັນ ໂດຍທີມງານບາຣິສຕ້າ ມືອາຊີບ ເພື່ອໃຫ້ໄດ້ລົດຊາດທີ່ຖືກໃຈລູກຄ້າທີ່ສຸດ.
ພວກເຮົາສົ່ງເສີມຮູບແບບການບໍລິການທີ່ວ່ອງໄວ ແລະ ທັນສະໄໝ. ລູກຄ້າສາມາດເພີດເພີນກັບກາເຟພຣີມ່ຽມ ແລະ ເຄື່ອງດື່ມບາລາວປະຍຸກ ໃນລາຄາທີ່ຈ່າຍໄດ້ງ່າຍ ທຸກໆມື້ ໂດຍບໍ່ຕ້ອງກັງວົນກ່ຽວກັບຄ່າໃຊ້ຈ່າຍທີ່ສູງເກີນໄປ.
ດ້ວຍສາຂາເລົາຈ໌ທີ່ທັນສະໄໝ 4 ສາຂາ ໃນວຽງຈັນ, ວັງວຽງ, ຫຼວງພະບາງ, ແລະ ປາກເຊ, LaoFe & Beer ພ້ອມຕອບໂຈດວິຖີຊີວິດຂອງທ່ານ ທັງຕອນກາງເວັນ (ກາເຟ) ແລະ ຕອນຄ່ຳ (ບາ) ດ້ວຍຄວາມສະດວກສະບາຍ ແລະ ບໍລິການທີ່ເປັນກັນເອງ.
ພວກເຮົາຕ້ອງການເປັນແບຣນກາເຟ ແລະ ບາ ລາວປະຍຸກອັນດັບໜຶ່ງ ທີ່ມີມາດຕະຖານລະດັບສາກົນ ແລະ ພ້ອມທີ່ຈະຂະຫຍາຍສາຂາໄປທົ່ວປະເທດ ແລະ ຕ່າງປະເທດ ດ້ວຍລະບົບແຟຣນໄຊສ໌ທີ່ເຂັ້ມແຂງ.
ສຳຜັດກັບບັນຍາກາດການດີຊາຍ ແລະ ເຄື່ອງດື່ມຂອງ LaoFe & Beer