LaoFe Logo
LaoFe CAFE & BAR
English (EN)

ການປ່ຽນແປງຄັ້ງໃຫຍ່

ກຳລັງມາຮອດ

ຄົ້ນພົບລົດຊາດເອກະລັກຂອງ LaoFe & Beer ທີ່ພ້ອມສົ່ງມອບຄວາມສຸກໃຫ້ທຸກຄົນ. ສັມຜັດລົດຊາດກາເຟ ແລະ ເຄື່ອງດື່ມປະຍຸກສູດພິເສດ ເອກະລັກພຽງແຫ່ງດຽວ.

Bolaven Coffee Story
✦ ເລື່ອງລາວຕົ້ນກຳເນີດ ✦
01

ເລື່ອງລາວຂອງ LaoFe & Beer

ເມື່ອ 5 ປີກ່ອນ, ຮ້ານຂອງພວກເຮົາໄດ້ເລີ່ມຕົ້ນພາຍໃຕ້ຊື່ "Mountain Café" ທີ່ຈຸດຊົມວິວພູເກົ້າຫຼັກ ເສັ້ນທາງລະຫວ່າງກາສີ-ຫຼວງພະບາງ. ຈາກວິສາຫະກິດຂະໜາດນ້ອຍ, ດ້ວຍວິໄສທັດ ແລະ ຄວາມມຸ່ງໝັ້ນ, ພວກເຮົາໄດ້ຜັນຂະຫຍາຍກາຍເປັນທຸລະກິດຂະໜາດໃຫຍ່ພາຍໃຕ້ກຸ່ມບໍລິສັດລາວໃຕ້ ການຄ້າ ແລະ ການລົງທຶນ.

ສ້າງຕັ້ງ 2021 • ພູພຽງບໍລະເວນ
LaoFe Vision
✦ ວິໄສທັດຂອງເຮົາ ✦
02

ຄວາມເປັນມາ ແລະ ແຮງບັນດານໃຈ

ປັດຈຸບັນ, LaoFe Café ບໍ່ພຽງແຕ່ເປັນຮ້ານກາເຟ, ແຕ່ເປັນແບຣນທີ່ພ້ອມຈະຂະຫຍາຍສາຂາໃນຮູບແບບແຟຣນໄຊສ໌, ນຳເອົາລົດຊາດທີ່ເປັນເອກະລັກ ແລະ ປະສົບການທີ່ດີເລີດໄປສູ່ທຸກຄົນ.

ປະສົບການລາວທັນສະໄໝ

ຄຸນນະພາບ ລະດັບສູງ

ແກ່ນກາເຟຂອງພວກເຮົາສົ່ງກົງຈາກແຫຼ່ງປູກບໍລະເວນ ເຊິ່ງເປັນແຫຼ່ງປູກກາເຟທີ່ມີຊື່ສຽງລະດັບໂລກ. ທຸກໆ Batch ຂອງກາເຟໄດ້ຮັບການຄັດສັນ ແລະ ປຸງແຕ່ງຢ່າງພິຖີພິຖັນ ໂດຍທີມງານບາຣິສຕ້າ ມືອາຊີບ ເພື່ອໃຫ້ໄດ້ລົດຊາດທີ່ຖືກໃຈລູກຄ້າທີ່ສຸດ.

High Quality Coffee
High Affordability

ລາຄາສົມເຫດສົມຜົນ ທີ່ຈ່າຍໄດ້ງ່າຍ

ພວກເຮົາສົ່ງເສີມຮູບແບບການບໍລິການທີ່ວ່ອງໄວ ແລະ ທັນສະໄໝ. ລູກຄ້າສາມາດເພີດເພີນກັບກາເຟພຣີມ່ຽມ ແລະ ເຄື່ອງດື່ມບາລາວປະຍຸກ ໃນລາຄາທີ່ຈ່າຍໄດ້ງ່າຍ ທຸກໆມື້ ໂດຍບໍ່ຕ້ອງກັງວົນກ່ຽວກັບຄ່າໃຊ້ຈ່າຍທີ່ສູງເກີນໄປ.

ຄວາມສະດວກສະບາຍ ໃນທຸກໆສາຂາ

ດ້ວຍສາຂາເລົາຈ໌ທີ່ທັນສະໄໝ 4 ສາຂາ ໃນວຽງຈັນ, ວັງວຽງ, ຫຼວງພະບາງ, ແລະ ປາກເຊ, LaoFe & Beer ພ້ອມຕອບໂຈດວິຖີຊີວິດຂອງທ່ານ ທັງຕອນກາງເວັນ (ກາເຟ) ແລະ ຕອນຄ່ຳ (ບາ) ດ້ວຍຄວາມສະດວກສະບາຍ ແລະ ບໍລິການທີ່ເປັນກັນເອງ.

High Convenience Lounge
LaoFe Vision

ວິໄສທັດຂອງພວກເຮົາ

ພວກເຮົາຕ້ອງການເປັນແບຣນກາເຟ ແລະ ບາ ລາວປະຍຸກອັນດັບໜຶ່ງ ທີ່ມີມາດຕະຖານລະດັບສາກົນ ແລະ ພ້ອມທີ່ຈະຂະຫຍາຍສາຂາໄປທົ່ວປະເທດ ແລະ ຕ່າງປະເທດ ດ້ວຍລະບົບແຟຣນໄຊສ໌ທີ່ເຂັ້ມແຂງ.

ແກເລີຣີ ບັນຍາກາດ ແລະ ແນວຄິດການດີຊາຍ

ສຳຜັດກັບບັນຍາກາດການດີຊາຍ ແລະ ເຄື່ອງດື່ມຂອງ LaoFe & Beer

LaoFe Gallery LaoFe Gallery LaoFe Gallery LaoFe Gallery
LaoFe Gallery LaoFe Gallery LaoFe Gallery LaoFe Gallery
LaoFe Gallery LaoFe Gallery LaoFe Gallery LaoFe Gallery
LaoFe Gallery LaoFe Gallery LaoFe Gallery LaoFe Gallery
ສັ່ງອອນໄລນ໌
ຈອງໂຕະ
WhatsApp